ບໍ່ແມ່ນເປີດປະເທດ ແຕ່ຈະເປີດຮັບນັກທ່ອງທ່ຽວຕ່າງປະເທດ ໃນເຂດສີຂຽວ

ແຕ່ໃນຄວາມເປັນຈິງແລ້ວ ລັດຖະບານ ບໍ່ໄດ້ຈະເປີດປະເທດ ແຕ່ຈະເປີດຮັບນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວໃນເຂດສີຂຽວ, ເຊິ່ງຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງໄດ້ປະຕິບັດຕາມຕາມເງື່ອນໄຂ ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ວາງອອກ.

ບໍ່ແມ່ນເປີດປະເທດ ແຕ່ຈະເປີດຮັບນັກທ່ອງທ່ຽວຕ່າງປະເທດ ໃນເຂດສີຂຽວ ປັດຈຸບັນ, ມີຫາງສ່ຽງຊ່າລືຈາກສັງຄົມເປັນຈຳນວນຫລາຍວ່າ ລັດຖະບານເຮົາ ຈະເປີດປະເທດ ໃນວັນທີ 1 ມັງກອນ 2022 ທີ່ຈະເຖິງ ເນື່ອງຈາກມີຄວາມເປັນຫ່ວງ ແລະ ຢ້ານວ່າພະຍາດໂຄວິດ-19 ສາຍພັນໂອໄມຄອນ ເຂົ້າມາລະບາດຢູ່ ສປປ ລາວ.

ສຳລັບການເປີດດ່ານ ໂດຍສະເພາະຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນັ້ນ, ທ່ານ ພັນໂທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນ ຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວເຮົາ ບໍ່ທັນໄດ້ເປີດໃຫ້ບຸກຄົນທົ່ວໄປເຂົ້າ-ອອກດ່ານດັ່ງກ່າວໄດ້, ຈະເປີດຮັບແຕ່ກຸ່ມນັກທ່ອງທ່ຽວຕາມເງື່ອນໄຂເທົ່ານັ້ນ, ສ່ວນນັກທ່ອງທ່ຽວທີ່ເຂົ້າມາ ກໍຕ້ອງກັກໂຕກວດ 24 ຊົ່ວໂມງ, ຖ້າບໍ່ພົບເຊື້ອກໍສາມາດທ່ອງທ່ຽວຕາມແຜນການໄດ້.

ສ່ວນມາດຕະການ ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແມ່ນຍັງສືບຕໍ່ປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1494/ຫສນຍ ລົງວັນທີ 14 ພະຈິກ 2021.

ທີ່ມາ: ປະເທດລາວ

Related Posts

Leave a Reply

Your email address will not be published. Required fields are marked *