ໃນຕອນແລງວັນທີ 13 ສິງຫາ 2021 ນີ້, ແຂວງສະຫວັນນະເຂດໄດ້ຈັດພິທີມອບ–ສົ່ງຜູ້ທີ່ປິ່ນປົວຫາຍດີຈາກພະຍາດ ໂຄວິດ-19 ຈຳນວນ 110 ກໍລະນີ ຢູ່ໂຮງໝໍສະໜາມຫລັກ 9.

ໃນພິທີຄັ້ງນີ້, ທີມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວວ່າ: ພາຍຫລັງທີ່ກັບເມືອບ້ານແລ້ວຕ້ອງໄດ້ມີການສືບຕໍ່ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູ ຫລື ເຈວຂ້າເຊື້ອ ເປັນປະຈໍາ ພ້ອມການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ນອກນີ້ຍັງໄດ້ເນັ້ນໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19,
ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

– ສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອຫາຍດີ ແລະ ກັບບ້ານໄດ້ ເພີ່ມ 110 ຄົນ ຮອດວັນທີ 13 ສິງຫານີ້, ແຂວງສະຫວັນນະເຂດແມ່ນມີ ຜູ້ຕິດເຊື້ອສະສົມ 3.245 ຄົນ, ປິ່ນປົວດີແລ້ວ 1.967 ຄົນ, ຍິງ 982 ຄົນ ແລະ ເສຍຊີວິດ 2 ຄົນ.