ຂໍໃຫ້ຫາຍໄວໆເດີ

ສັນລະເສີນນຳ້ໃຈຜູ້ເປັນແມ່, ຍອມທຸກຢ່າງເພື່ອລູກ ທັ້ງໆທີ່ຮູ້ວ່າອັນຕະລາຍ, ຂໍຮ່ວມເປັນກຳລັງໃຈໃຫ້ 3 ແມ່ລູກ ຈົ່ງປອດໄພ ຫາຍຈາກພະຍາດໂຄວິດໂດຍໄວ ນ້ອງອິນທະລັກ ສັນຕິສຸກ ໜຶ່ງໃນພະຍາບານຄົນເກັ່ງ ທີ່ປະຕິບັດໜ້າທີ່ຢູ່ຕຶກແຍກປ່ຽວ ໂຮງໝໍແຂວງຫຼວງພະບາງ ເຊິ່ງໄດ້ຄຽງບ່າຄຽງໄລ່ກັບທ່ານໝໍ ແລະ ຄົນເຈັບເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ແລະ ມີຜົນງານຢ່າງຫຼວງຫຼາຍຕະຫຼອດມາ.

ບັດນີ້ຈັ່ງແມ່ນຈັ່ງແມ່ນໂຊກຮ້າຍສຸດໆ ເມື່ອຮູ້ຂ່າວວ່າຜົນກວດໂຄວິດ-19 ຂອງລູກສາວ ແລະ ລູກຊາຍທັງສອງ ອອກມາເປັນຜົນບວກ (ຕິດເຊື້ອຈາກຊຸມຊົນ, ບໍ່ແມ່ນຕິດເຊື້ອຈາກແມ່ທີ່ເຮັດວຽກຢູ່ໂຮງໝໍ) ປະຈຸບັນ ນ້ອງພະຍາບານຄົນເກັ່ງຈຳເປັນຕ້ອງໄດ້ສ່ຽງໄພ ຖອດສຸດປ້ອງກັນຕົນເອງ (PPE) ອອກ ແລະ ໃສ່ພຽງຜ້າອັດປາກ ແລ້ວເຂົ້າໄປດຳລົງຊີວິດຮ່ວມກັບລູກທັງສອງ ໃນຫ້ອງແຍກປ່ຽວ ເພື່ອເຮັດໜ້າທີ່ແມ່ຜູ້ປະເສີດ ແລະ ແພດໝໍທີ່ດີໄປພ້ອມໆກັນ.

ຍັງດີທີ່ນ້ອງອິນທະລັກ ເປັນຄົນທີ່ມີສຸຂະພາບແຂງແຮງ ແລະ ໄດ້ຊັກວັກຊິນຄົບ 2 ເຂັມແລ້ວ, ປັດຈຸບັນຜົນກວດຂອງນ້ອງຍັງເປັນຜົນລົບຢູ່. ຂ້າພະເຈົ້າເຫັນຂ່າວນີ້ແລ້ວ ຮູ້ສຶກສະເທືອນໃຈ ແລະ ດູຕົນທັ 3 ແມ່ລູກ, ແຕ່ສິ່ງທີ່ເຮັດໄດ້ນະທີ່ນີ້ ກໍ່ຄືການສົ່ງກຳລັງໃຈໃຫ້ກັບພວກເຂົາເຈົ້າທັງ 3 ຄົນ ຈົ່ງເຂັ້ມແຂງ, ປອດໄພ ແລະ ຫາຍດີຈາກພະບາດໂຄວິດ-19 ໂດຍໄວດ້ວຍເຖີ້ນ.

ຂໍກຳລັງໃຈໃຫ້ພວກເພີ່ນແດ່ເດີ່ ຄະນະສະເພາະກິດແຂວງຫຼວງພະບາງສູ້ໆ.

ທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *