ທາງບໍລິສັດລົດໄຟລາວ-ຈີນ ຂໍແຈ້ງມາຍັງຜູ້ໂດຍສານທຸກໆທ່ານ ທາງສະຖານີລົດໄຟນະຄອນຫລວງວຽງຈັນຈະໄດ້ເພີ່ມຖ້ຽວການເດີນທາງເປັນ 3 ຖ້ຽວຕໍ່ມື້ ເລີ່ມແຕ່ ວັນທີ 30/12/2021 – 3/1/2022 ນີ້.

ໃນໄລຍະໃກ້ຈະຮອດປີໃ່ໝ່ນີ້ ຫຼາຍໆຄົນກໍພາກັນເດີນທາງໄປທ່ຽວຢູ່ຕ່າງເເຂວງຢ່າງຫຼວງຫຼາຍ ດັ່ງນັ້ນທາງສະຖານີລົດໄຟລາວ-ຈີນ ຈື່ງໄດ້ປ່ຽນມາແລ່ນທຸກໆມື້ ເເລະ ມື້ໜຶ່ງຈະແລ່ນຢູ່ 3 ຖ້ຽວຄື:

+ ເວລາ 8:00 ໂມງ ນະຄອນຫລວງວຽງຈັນ-ບໍ່ເຕ່ນ.
+ ເວລາ 9:00 ໂມງ ນະຄອນຫລວງວຽງຈັນ-ບໍ່ເຕ່ນ.

+ ເວລາ 16:00 ໂມງ ນະຄອນຫຼວງວຽງຈັນ-ຫລວງພະບາງ.
ແນະນຳໃຫ້ລູກຄ້າທ່ານໃດຕ້ອງການເດີນທາງໄປມາຢ່າລືມເອົາໃບສັກຢາ,(ບັດປະຈຳຕົວ,ສະມາໂນຄົວຫຼື ພາສປອດ ເເນະນໍາໃຫ້ກ໊ອບປີ້ສໍາມະໂນຄົວມານໍາ) ໃນ3ເອກະສານນີ້ຕ້ອງມີອັນໃດອັນ1ພ້ອມໃບສັກຢາຈັ່ງສາມາດຂື້ນລົດໄຟໄດ້ ຂໍໃຫ້ທຸກທ່ານເດີນທາງດ້ວຍຄວາມປອດໄພ.

ຈາກ: ອິນໄຊລາວ