ການທ້ອງອືດທົ່ວໆໄປ ແມ່ນຈະບໍ່ໄດ້ກໍ່ໃຫ້ເກີດອັນຕະລາຍຫຍັງ ແຕ່ຂະໜາດຜູ້ໃຫຍ່ແບບເຮົາຖ້າເປັນກໍ່ຍັງອຶດອັດເກືອບຕາຍ ຖ້າເກີດກັບລູກນ້ອຍກໍ່ບໍ່ຕ້ອງເວົ້າເລີຍ ຮ້ອງໄຫ້ ແອ່ວ ບໍ່ຢຸດແນ່ນອນ ເພາະອາການທ້ອງອືດຈະເຮັດໃຫ້ລູກຮູ້ສືກອຶດອັດ ແລະ ບໍ່ສະບາຍໂຕສຸດໆ ເຊີ່ງອາການທ້ອງອືດນັ້ນເກີດໄດ້ຈາກຫຼາຍສາເຫດ ຖດຍສ່ວນໃຫຍ່ມັກເກີດກັບອາຫານການກິນ ເຊິ່ງອາຫານທີ່ເຮັດໃຫ້ລູກທ້ອງອືດ ນັ້ນມີດັ່ງລຸ່ມນີ້:

1. ຜັກຕະກູນກະຫຼຳ່: ຜັກໃນຕະກູນກະລຳໄດ້ແກ່ ກະລຳ່ປີ, ບອກໂຄລີ ແລະ ກະລຳດອກ ຈະມີຄາໂບໄຮເດດ ປະເພດໜື່ງເຊີ່ງຈະຍ່ອຍໄດ້ໂດຍແບັດທີເຣຍໃນລຳໄສ້ ໃຫຍ່ເທົ່ານັ້ນ ແຕ່ຈະໃຊ້ເວລາດົນກວ່າ ເຮັດໃຫ້ລະຫວ່າງນັ້ນກາກອາຫານຈາກຜັກທີ່ຍັງບໍ່ຍ່ອຍຈະກໍ່ໃຫ້ເກີດແກ໊ດເຊີ່ງເຮັດໃຫ້ທ້ອງອືດໄດ້ຫາກກິນຫຼາຍເກີນໄປ

2. ຖົ່ວ: ຄືທີ່ຮູ້ກັນດີວ່າການກິນຖົ່ວຫຼາຍໆ ຈະເຮັດໃຫ້ເກີດແກ໊ດ ທີ່ເປັນແບບນີ້ກໍ່ເພາະ ຖົ່ວເປັນເສັ້ນໃຍອາຫານທີ່ບໍ່ສາມາດຍ່ອຍໄດ້ຕາມທຳມະຊາດ ຫຼື ບໍ່ຖືກດູດຊືມໃນລຳໄສ້ນ້ອຍ ເລີຍສົ່ງຜົນໃຫ້ເກີດອາການທ້ອງອືດໄດ້.

3. ຜັກຕະກູນຫອມ: ເຊັ່ນ ຕົ້ມຫອມບົ່ວ, ຫົວຫອມແດງ, ຫົວຫອມບົວໃຫຍ່ ຈະມີຄາໂບໄຮເດດຊະນິດໜື່ງທີ່ດູດຊືມໃນລຳໄສ້ໄດ້ໜ້ອຍລົງ ເປັນສາເຫດໃຫ້ເກີດນຳໃນໄສ້ຈົນເກີດແກ໊ດ ແລະ ທ້ອງອືດ.

4. ແຕງໂມ: ແມ່ນວ່າແຕງໂມຈະເປັນໝາກໄມ້ທີ່ຖືກໃຈເດັກນ້ອຍຫຼາຍ ເພາະຫວານຊື່ນໃຈ ແຕ່ການກິນໝາກໂມຫຼາຍເກີນໄປກໍ່ເຮັດໃຫ້ລູກທ້ອງອືດໄດ້ ເພາະໃນໝາກແຕງນັ້ນມີນຳ້ຕານຟຣັກໂທສສູງຫຼາຍ ເຊີ່ງຖ້າຮ່າງກາຍດູດຊືມໄດ້ບໍ່ໝົດກໍ່ຈະສົ່ງຜົນໃຫ້ທ້ອງອືດ ຫຼື ຖອກທ້ອງຕາມມາໄດ້.

5. ໝາກຝຣັ່ງ: ທີ່ບາງຄັ້ງເຮົາຍຳ່ໝາກຝຣັ່ງແລ້ວທ້ອງອືດນັ້ນເປັນເພາະໃນມັນຝຣັ່ງມັກນິຍົມໃຊ້ ສານໃຫ້ຄວາມຫວານ ເຊີ່ງສານຊະນິດນີ້ຈະດູດຊືມໃນລຳໄສ້ນ້ອຍໄດ້ຄ່ອນຂ້າງຊ້າ ເຮັດໃຫ້ເກີດແກ໊ດໃນກະເພາະອາຫານໄດ້.

6. ທັນຕະພືດ: ຈຳພວກ ເຂົ້າສາລີ, ເຂົ້າບາເລ່ ຈະມີສ່ວນປະກອບຂອງຟຣຸກເທນເຊີ່ງບໍ່ສາມາດຍ່ອຍເອງໄດ້ຕາມທຳມະຊາດ ເຊີ່ງກໍ່ໃຫ້ເກີດແກ໊ດໃນທ້ອງໄດ້ ໂດຍສະເພາະໃນຜູທີ່ມີອາການກລູເຕນ.

ເຖີງແມ່ນວ່າອາຫານ 6 ຊະນິດຈະກໍ່ໃຫ້ເກີດທ້ອງອືດໄດ້ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຕ້ອງໃຫ້ລູກເຊົາກິນເດີ້ ເພາະອາຫານທຸກຊະນິດຕ່າງກໍ່ມີປະໂຫຍດທັງນັ້ນ ພຽງແຕ່ຕ້ອງເລືອກກິນໃຫ້ເໝາະສົມ ແລະ ກິນໃນປະລິມານທີ່ພໍດີ ພຽງເທົ່ານີ້ກໍ່ໝົດບັນຫາທີ່ລູກນ້ອຍຈະທ້ອງອືດແລ້ວ.