ອີງຕາມຄໍາສັ່ງແນະນໍາຂອງນາຍົກລັດຖະມົນຕີ ທີ່ໄດ້ອອກແຈ້ງການເມື່ອມໍ່ໆມານີ້ ກ່ຽວກັບການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນໂດຍມີເນື້ອໃນບາງຕອນທີ່ສໍາຄັນລະບຸໄວ້ວ່າ: ໃຫ້ອົງການປົກຄອງແຕ່ລະຂັ້ນຖືເອົາວຽກງານການປັບປຸງ

ກົງຈັກການຈັດຕັ້ງເປັນວຽກງານບູລິມະສິດໜຶ່ງໂດຍສ້າງແຜນລະອຽດກ່ຽວກັບແຜນການປັບປຸງກົງຈັກການຈັດຕັ້ງຂະແໜງຂອງຕົນໃຫ້ທັນເວລາ ພາຍຫຼັງສ້າງແຜນແລ້ວໃຫ້ລາຍງານລັດຖະບານ (ກະຊວງພາຍໃນ) ບໍ່ໃຫ້ກາຍເດືອນທັນວາ 2021, ການປັບປຸງກົງຈັກການຈັດຕັ້ງ ແລະ ກໍານົດຕໍາແໜ່ງງານຕ້ອງຮັບປະກັນຄວາມກະທັດຮັດ, ແທດ.

ເໝາະກັບຕົວຈິງ ແນໃສ່ເຮັດໃຫ້ກົງຈັກ, ຕໍາແໜ່ງງານ ແລະ ຈໍານວນລັດຖະກອນນັບແຕ່ສູນກາງຮອດທ້ອງຖິ່ນຖືກຕ້ອງຕາມທິດຊີ້ນໍາ, ການສັບຊ້ອນພະນັກງານ-ລັດຖະກອນໃຫ້ປະຕິບັດຕາມທິດມີຂຶ້ນ-ມີລົງ, ມີອອກ-ມີເຂົ້າ ແລະ ມີການເຄື່ອນຍ້າຍບ່ອນປະຈໍາການຕາມເງື່ອນໄຂຕົວຈິງ, ຜູ້ທີ່ມີຄວາມຮູ້ແຕ່ຂາດປະສົບການແມ່ນໃຫ້ສັບຊ້ອນລົງ

ຮາກຖານ, ຜູ້ມີປະສົບການ ແຕ່ມີຄວາມຮູ້ຈໍາກັດແມ່ນໃຫ້ສັບຊ້ອນໄປຮຽນຕໍ່-ຍົກລະດັບ, ຜູ້ທີ່ມີອາຍຸກະສຽນຮອດເງື່ອນໄຂພັກຜ່ອນຮັບອຸດໜູນບໍານານແລ້ວໃຫ້ພິຈາລະນາອະນຸມັດໃຫ້ພັກຜ່ອນຕາມກົດໝາຍ. ຜູ້ມີອາຍຸໃກ້ຮອດກະສຽນບໍານານແລ້ວແຕ່ສຸຂະພາບອ່ອນເພຍແມ່ນໃຫ້ພິຈາລະນາອະນຸມັດໃຫ້ຮັບບໍານານຕາມລະບຽບການ, ສໍາລັບຜູ້ທີ່ມີການລະເມີດລະບຽບກົດໝາຍແມ່ນໃຫ້ປະຕິບັດມາດຕະການວິໄນຢ່າງເດັດຂາດຕາມກົດໝາຍ ແລະ ລະບຽບການ ແລະ ອື່ນໆ.
