ຣັດເຊຍ ອະນຸມັດການສຶກສາຄວາມເປັນໄປໄດ້ປັບປຸງໂຮງຫມໍມິດຕະພາບ ໃຫ້ທັນສະໄໝຢ່າງຮອບດ້ານ ຄາດຈະໃຊ້ງົບປະມານ 12 ລ້ານໂດລາ.
ໂຮງໝໍມິດຕະພາບຣັດເຊຍ ລາວ ສ້າງຂຶ້ນໃນປີ 1990 ເພື່ອເປັນສ່ວນໜຶ່ງຂອງການຊ່ວຍເຫລືອຂະໜາດໃຫຍ່ຮອບດ້ານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມອບໃຫ້ປະຊາຊົນລາວ.
ສໍາລັບປະຊາຊົນ ສປປ ລາວ ຫຼາຍລຸ້ນຄົນ, ໂຮງໝໍແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາສັນຍາລັກຫຼັກ ຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຣັດເຊຍ ແລະ ລາວ, ສາຍພົວພັນມິດຕະພາບອັນໃກ້ຊິດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ນັບມື້ນັບພັດທະນາ.
ວັນທີ 19 ທັນວານີ້, ລັດຖະບານຂອງສະຫະພັນຣັດເຊຍ ໄດ້ອະນຸມັດການສຶກສາຄວາມເປັນໄປໄດ້ສໍາລັບການປັບປຸງທີ່ທັນສະໄໝຂອງໂຮງຫມໍ ມິດຕະພາບ ຢ່າງຮອບດ້ານ, ກະກຽມໂດຍຫ້ອງການປະຈຳປະເທດ ສໍາລັບການບໍລິການໂຄງການຂອງອົງການສະຫະປະຊາຊາດ (UNOPS).
ການປັບປຸງໂຮງໝໍມິດຕະພາບ ລາວ-ຣັດເຊຍ ໃຫ້ທັນສະໄໝທີ່ຈະມາເຖິງ, ລັດຖະບານສະຫະພັນຣັດເຊຍ ຈະໃຊ້ງົບປະມານປະມານ 12 ລ້ານໂດລາສະຫະລັດ, ຈະປັບປຸງລະບົບສາທາລະນະສຸກຂອງ ສປປ ລາວ ຕື່ມອີກ,
ເສີມຂະຫຍາຍຄວາມສາມາດຕ້ານການຕິດເຊື້ອພະຍາດໂຄໂຣນາສາຍພັນໃໝ່ ແລະ ປະຕິບັດພາລະກິດປົດປ່ອຍປະເທດລາວອອກຈາກໝວດ “ປະເທດດ້ອຍພັດທະນາໃນໂລກ” ໃນປີ 2026, ພ້ອມທັງບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ຂ່າວຈາກ: Russian Embassy in Laos