ຊ່ວຍແຊ ໃຜຮູ້ຈັກ ໃຫ້ມາຮັບເອົາລູກ

ສະບາຍດີແມ່ໆໃນກຸ່ມນີ້​ ໃຜພົບເຫັນບຸກນີ້ຫລືຮູ້ຈັກ ໃຫ້ບອກລາວມາຮັບເອົາລູກແດ່ເດີ ຮູ້ຈັກເຮັດບໍ່ຮູ້ຈັກລ້ຽງ​

ຖີ່ມລູກໃຫ້ແມ່ຕູ້ລ້ຽງໂຕເອງຫນີ່ໄປສະເຫວີຍສຸກ ຖີ່ມລູກຖີ່ມເຕົາ ຕອນນີ້ລູກຊາຍຈົນໄດ້5ປີແລ້ວ​ ແຕ່ງໂຕປານຜູ້ສາວ​ນ້ອຍ​ 😊

ຢາກບອກວ່າແມ່ຕູ້ລາວອ່ຍຸ80ປາຍປີແລ້ວ ພວກຂ້ອຍກະຫາເຊົ້າກິນຄໍ່າພາລະກະມີ ບາງຄົນວ່າລ້ຽງມາໃຫ່ຍສຳນີ້ແລ້ວ.

ສຸດແຕ່ຢາກລ້ຽງ ພາລະກະມີຫລາຍ ຍຸກນີ້ເຂົ້າຢາກຫມາກແພງລຳພັງລ້ຽງຄອບຄົວກະພໍແຮງ ການສິລ້ຽງເດັກນ້ອຍຜູ້ຫນື່ງໃຫ້ໃຫ່ຍມາ ມັນກະຕ້ອງມີຫລາຍປັດໃຈ.

ຕໍ່ຈາກມື້ນັ້ນທີ່ໂພດອອກໄປມີຫລາຍຄົນຢາກເຫັນຫລານນ້ອຍແລະແມ່ຕູ້​ ຂໍເວົ້າຕໍ່ອີກເນາະຄຳວ່າແມ່ເຖິງວ່າຈະໄປຫາເງີນຫາຄຳ

ຄຳວ່າລູກກະຕ້ອງມີຢູ່ໃນຈິດສຳນືກ ເຖິງແມ່ນເງີນສິສຳຄັນຕໍ່ຊີວິດເຈົ້າປານໃດແຕ່ຢ່າລື່ມລູກເຈົ້່າກະສຳຄັນຄືກັນ​ ທີ່ພວກຂ້ອຍອອກມາໂພດຫາເຈົ້າບໍ່ໄດ້ຮຽກຮ້ອງເອົາເງີນຄຳນຳເຈົ້າແມ້ແຕ່ກິບ.

ສິ່​ງທີ່ພວກຂ້ອຍຕ້ອງການຄືເອົາລູກເຈົ້າໄປລ້ຽງເອງ ເຈົ້າເຫັນບໍ່ແມ່ຕູ້ລາວເຖົ້າຫລາຍແລ້ວ ລາວເມື່ອຍສຳໃດແຕ່ລະມື້👉

​ການທີ​ເຈົ້າມີລູກມັນບໍ່ຫນ້າອາຍ ແຕ່ທີ່ເຈົ້າຕ້ອງອາຍຄືເຈົ້າບໍ່ມີຄວາມສາມາດທີ່ຈະລ້ຽງລູກຂອງເຈົ້າ​ໂຕນີ້ຫນ້າອາຍສຸດໆ 👈ຫັວງວ່າເຈົ້າຄົງສິຄິດໄດ້.

ທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *