ແຊໄວ້ອາໄລ ! ຮີໂລ້ຊຸດຂາວ ເສຍຊີວິດ, ຂໍສະແດງຄວາມເສຍໃຈ

ພໍ່ຂ້ອຍເປັນໜໍເປັນຜູ້ຮັກສາຜູ້ຄົນເປັນສີງທີ່ລາວມັກ ແລະ ປະຕິບັດມາຕະຫລອດ.ເປັນຮີໂລ້ເປັນແບບຢ່າງທິ່ດີຂອງຂ້ອຍ. ລາວເຂັມແຂງມາຕະຫລອດ ແລະ ມີຄວາມອົດທົນສູງ.

ລາວສອນໃຫ້ຂ້ອຍປະຢັດ ແລະ ອົດທົນ ລາວເປັນຮີໂລ້ແຂງແກ່ງທີ່ຕື່ນເຊົ້າເຮັດທຸກຢ່າງກ່ອນອອກໄປປະຕິບັດຫນ້າທີ່.

ໃນມື້ນີ້ຮີໂລ້ຂອງລູກກັບອອນແອ່ລົງ ແລະ ສູ້ຜູ້ດຽວໂດຍບໍ່ມີຜູ້ຄຽງຂ້າງຈົນສາຫັດບໍ່ເຄີຍເອີຍຄຳວ່າເຈັບໃຫ້ໃຜຟັງ.ສູ້ເດີພໍ່…

ຂ້າພະເຈົ້າຜູ້ເປັນລູກຊາຍຂໍຕ່າງຫນ້າໃຫ້ຄອບຄົວ ທ້າວບຸນເນື່ອງ ວົງໄຊ ຜູ້ເປັນພໍ່.ຂໍຂອບອົກຂອບໃຈມາຍັງທຸກໆໝ່ວຍງານ.ທີມງານແຜດໝໍທຸກໆຄົນທີ່ມີຄວາມຫ້າວຫັນເອົາໃຈໃສ່ປະຕິບັດຫນ້າທີ່ ແລະ ໃຫ້ຄວາມສຳຄັນກັບຜູ້ເປັນພໍ່ມາຕະຫລອດໃນການຮັກສາ. ຈົນສຸດຄວາມສາມາດຈົນຜູ້ເປັນພໍ່ໄດ້ເສຍຊິວິດລົງໃນເຊົ້ານິ້ ແລະ ຈັດພິທີງານປາຊາກິດສົບໃນມື້ນັ້ນຕາມຮີດຄອງບ້ານເມືອງທີ່ເພີ່ນວາງອອກ.

ຈາກຄອບຄົວ ທ້າວ ບຸນເນື່ອງ ວົງໄຊ ຂໍຂອບໃຈມາຍັງໝູ່ເພື່ອນອ້າຍເອື້ອຍນ້ອງ ແລະ ຜູ້ເປັນມິດສະຫາຍຂອງຜູ້ເປັນພໍ່ທຸກໆທ່ານຜູ້ມີຈິດໃຈສັດທາມີນ້ຳໃຈເພື່ອແພ່ໃນການກີນທານນຳຜູ້ເປັນພໍ່ຂອງຂ້າພະເຈົ້າທີໄດ້ລ່ວງລັບໄປແລ້ວ.

ຂໍໃຫ້ບຸນກຸສົນທິ່ທ່ານໄດ້ກີນທານຊ່ວຍໃຫ້ທຸກທ່ານມີຄວາມສຸກສຸຂະພາບແຂງແຮງປາສະຈາກໂລກໄພໄຂ້ເຈັບ,ຈະເລີນກ້າວຫນ້າໃນຫນ້າທີ່ການງານ,ທານມື້ເຊົ້າໃຫ້ໄຫລເຂົ້າມື້ແລ້ງສາທຸ…….(ພິທີງານຕ່າງໆຈະແຈ້ງຕາມຫລັງ).ຂອບໃຈຈາກຄອບຄົວທ່ານໝໍບຸນເນື່ອງ ວົງໄຊ.

ຊົມຄລີບ 1

ຊົມຄຼິບ2.

ຂໍຂອບໃຈທຸກໆກຳລັງໃຈ.

Related Posts

Leave a Reply

Your email address will not be published. Required fields are marked *