ກຽມເບີກຈ່າຍເງິນເດືອນ-ເງິນອຸດໜູນ-ເງິນນະໂຍບາຍ ພະນັກງານທະຫານ ຕຳຫລວດ ຜ່ານລະບົບເອທີເອັມ

ກຽມເບີກຈ່າຍເງິນເດືອນ-ເງິນອຸດໜູນ-ເງິນນະໂຍບາຍ ພະນັກງານທະຫານ ຕຳຫລວດ ຜ່ານລະບົບເອທີເອັມ

ວັນທີ 23 ທັນວາ 2021 ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າກ່ຽວກັບການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານທະຫານ,ຕຳຫລວດຜ່ານລະບົບ ATM ຂອງທະນາຄານພັດທະນາລາວ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການງິນ,

ມີຜູ້ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ທະນາຄານພັດທະນາລາວ, ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການນໍາສະເໜີຄວາມພ້ອມ ຂອງທະນາຄານພັດທະນາລາວແລະ ປຶກສາຫາລືຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄວາມເປັນໄປໄດ້ ໃນການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດຜ່ານລະບົບ ATM.ພ້ອມດຽວກັນນີ້, ຍັງໄດ້ສະເໜີຄວາມພ້ອມ ຂອງທະນາຄານພັດທະນາລາວ ໃນການໃຫ້ບໍລິການ, ຮູບແບບ ແລະ ນະໂຍບາຍຕ່າງໆ.

ໃຫ້ແກ່ພະນັກງານ-ລັດຖະກອນຂອງບັນດາກະຊວງຕ່າງໆ ແລະ ໃນກອງປະຊຸມ ຕາງໜ້າກະຊວງປ້ອງກັນປະເທດ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ບັນດາທ່ານທີ່ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ, ເພື່ອໃຫ້ຄວາມສະດວກສະບາຍຂຶ້ນກວ່າເກົ່າ.ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດໄດ້ສະແດງຄວາມຂອບໃຈ.

ຕໍ່ກັບການປະກອບຄໍາເຫັນຢ່າງກົງໄປກົງມາ, ໂດຍອີງໃສ່ເງື່ອນໄຂປັດຈຸບັນ, ກົມງົບປະມານແຫ່ງ, ຄັງເງິນແຫ່ງຊາດໄດ້ປະ ສານສົມທົບ ແລະ ສືບຕໍ່ການຫັນເປັນທັນສະໄໝ ການເບີກຈ່າຍເງິນເດືອນ, ເງິນອຸດໜູນຕາມແຜນຍຸດທະການປະຕິຮູບຂອງຂະແໜງການເງິນ, ສຳລັບການຄົ້ນຄວ້າກະກຽມກ່ຽວກັບການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ.

ເງິນນະໂຍບາຍຕ່າງໆໃຫ້ແກ່ພະນັກງານທະຫານ, ຕຳຫລວດຜ່ານລະບົບ ATM ຂອງທະນາຄານພັດທະນາລາວ, ສະເໜີການເບີກຈ່າຍເງິນເດືອນ ເອົາພະນັກງານທີ່ປະຈໍາການຄົງທີ່ນັບແຕ່ 1-2 ປີ ຂຶ້ນໄປ ແລະ ສະເໜີເອົາກົມກອງທີ່ບໍ່ໄດ້ເຄື່ອນຍ້າຍ ບ່ອນປະຈໍາການປົກກະຕິບັນດາກົມອອມຂ້າງກະຊວງນໍາອີກດ້ວຍ.

ສຳລັບກະຊວງປ້ອງກັນຄວາມສະຫງົບ, ສະເໜີທົດລອງຢູ່ 3 ພາກສ່ວນ ຄື: 02 ວິທະຍາຄານ ແລະ 01ໂຮງໜໍ, ພ້ອມນັ້ນຍັງໄດ້ສະເໜີ ກະຊວງປ້ອງກັນຄວາມສະຫງົບຄົ້ນຄວ້າ ເອົາພະນັກງານບັນດາກົມກອງອ້ອມຂ້າງຕື່ມອີກ, ໂດຍສະເພາະພະນັກງານບໍານານ ໃນໄລຍະຜ່ານມາການເບີກຈ່າຍເງິນເດືອນ ພົບຄວາມຫຍຸ້ງຍາກ ແລະ ບັນຫາອື່ນໆ.

Related Posts

Leave a Reply

Your email address will not be published. Required fields are marked *