ເສັ້ນທາງລົດໄຟລາວ-ຈີນເຮັດໃຫ້ປະເທດລາວເຊື່ອມຕໍ່ກັບໂລກຢ່າງໃກ້ຊິດກວ່າເກົ່າ

ເສັ້ນທາງລົດໄຟລາວ-ຈີນເຮັດໃຫ້ປະເທດລາວເຊື່ອມຕໍ່ກັບໂລກຢ່າງໃກ້ຊິດກວ່າເກົ່າ

ຫວ່າງກ່ອນນີ້ບໍ່ດົນ, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວໄດ້ກ່າວຕອບໂຕ້ການໃສ່ຮ້າຍປ້າຍສີຂອງຜູ້ບໍ່ຫວັງດີໂດຍແນ່ໃສ່ເສັ້ນທາງລົດໄຟລາວ-ຈີນ, ທ່ານກ່າວເນັ້ນວ່າ, ຖ້ອຍຄວາມທີ່ວ່າ“ເສັ້ນທາງລົດໄຟລາວ-ຈີນໄດ້ເຮັດໃຫ້ ສປປ ລາວຕົກຢູ່ໃນຂຸມພາງໜີ້ສິນ”ເປັນການໃສ່ຮ້າຍປ້າຍສີທັງນັ້ນ.

ທ່ານຍັງກ່າວຕື່ມວ່າ: ເສັ້ນທາງລົດໄຟລາວ-ຈີນສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາຂອງປະຊາຊົນລາວ, ຈະຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນແລະການຄ້າ ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າ.

ວັນທີ 21 ທັນວານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ເມື່ອເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຫຼາຍກວ່າເຄິ່ງເດືອນມານີ້, ຫຼາຍແຫ່ງໃນປະເທດຈີນໄດ້ເປີດຂະບວນລົດໄຟຂົນສົ່ງເຄື່ອງຂອງສາກົນໂດຍນຳໃຊ້ເສັ້ນທາງລົດໄຟລາວ-ຈີນ,

ນັບມາຮອດວັນທີ 15 ທັນວານີ້, ຍອດມູນຄ່າສິນຄ້ານຳເຂົ້າແລະສົ່ງອອກໄດ້ບັນລຸຫຼາຍກວ່າ 100 ລ້ານຢວນ. ມາຮອດວັນທີ 20 ທັນວານີ້, ຈຳນວນການຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດລາວໄດ້ມີເຖິງ 22 ພັນເທື່ອຄົນແລ້ວ.

ໃນອະນາຄົດ, ເສັ້ນທາງລົດໄຟລາວ-ຈີນຍັງຈະເຊື່ອມຈອດກັບເສັ້ນທາງລົດໄຟຂອງປະເທດຕ່າງໆທີ່ຢູ່ທາງເໜືອແລະທາງໃຕ້ຫຼາຍກວ່າເກົ່າ, ເຊື່ອວ່າເສັ້ນທາງລົດໄຟສາຍນີ້ຈະສືບຕໍ່ເສີມຂະຫຍາຍບົດບາດສຳຄັນແລະສ້າງຜົນປະໂຫຍດ

ໂດຍລວມໄດ້ຫຼາຍກວ່າເກົ່າ ແລະສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນລາວແລະຈີນພ້ອມດ້ວຍປະຊາຊົນຂອງບັນດາປະເທດໃນພາກພື້ນ.

ຂໍ້ມູຍຈາກ:

https://www.facebook.com/1620512771500965/posts/3120502281501999/

Related Posts

Leave a Reply

Your email address will not be published. Required fields are marked *