ໃນວັນທີ 4 ກັນຍາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.

ຕາງໜ້າໃຫ້ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ປະຈຳວັນທີ 4 ສິງຫາ 2021 ທີ່ກະຊວງສາທາລະນະສຸກ.
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ພະຍາດ ໂຄວິດ-19 ມີການພັດທະນາ ແລະ ປັບພັນທຸກຳໂຕເອງຂອງພວກມັນໄປເລື້ອຍໆ, ໂຄວິດ-19 ສາຍພັນເດວຕາ (B.1.617.2) ທີ່ກຳລັງລະບາດໃນຫຼາຍປະເທດລວມທັງບ້ານເຮົາ.

ປະຈຸບັນ ນັກວິທະຍາສາດໄດ້ພົບວ່າສາຍພັນນີ້ໄດ້ມີການປັບປ່ຽນພັນທຸກຳເພີ້ມຂື້ນເອີ້ນວ່າ ເດວຕາບວກ ຫຼື ສາຍພັນ ເດວຕາ ຍ່ອຍ ປະກອບມີ AY.4,AY.6, AY.10, AY.12.
ຜ່ານມາອັດຕາການແຜ່ເຊື້ອ ຂອງສາຍພັນ ອູຫັນ ມາສາມາດແຜ່ໄປໄດ້ 2-3 ຄົນ, ອານຟ້າ 4-5 ຄົນ ແລະ ເດຕາ 5-8 ຄົນ ສຳລັບປະຈຸບັນຍັງບໍ່ມີການຢັ້ງຢືນວ່າສາຍພັນຍ່ອຍໂຕໃດຂອງເດວຕາ ມີອັດຕາການແຜ່ເຊື້ອໄດ້ຫຼາຍກວ່າກັນຊໍ່າໃດ.
ເຊິ່ງມັນມີຄວາມສາມາດໃນການສົ່ງເຊື້ອ ຈາກຄົນນື່ງໄປຫາອີກຄົນໜື່ງໄດ້ໄວຂື້ນກວ່າ ສາຍພັນເດວຕາທຳມະດາ ແລະ ມີຄວາມເປັນໄປໄດ້ສູງ ທີ່ວິທີການປິ່ນປົວດ້ວຍພູມຄຸ້ມກັນ Monoclonalantiboday therapy ຫຼຸດຜ່ອນປະສິດທິພາບລົງ,

ສາຍພັນມີຄວາມກ່ຽວຂ້ອງກັບສາຍພັນເດວຕາ ເປັນສາຍພັນທີ່ໜ້າເປັນຫວງ ພົບເປັນຄັ້ງທຳອິດ ຢູ່ປະເທດອິນເດຍ ໃນປີກາຍນີ້ ຄາດວ່າເປັນສາເຫດ ເຮັດໃຫ້ເກີດການລະບາດ ໃນຊວງລະດູຮ້ອນ ເຮັດໃຫ້ມີຜູ້ເສຍຊິວິດເປັນຈໍານວນຫຼວງຫຼາຍ.
ນອກຈາກນີ້ ພົບສາຍພັນ ມິວ ພົບຄັ້ງທຳອິດໃນຕົ້ນເດືອນມັງກອນຢູ່ປະເທດໂຄລົມເບຍ ແລະ ປະຈຸບັນໄດ້ແຜ່ກະຈ່າຍໄປ ຫຼາຍເຖິງ 40 ປະເທດ ເຊິ່ງອົງການອະນາໄມໂລກກໍ່ໄດ້ຈັດເປັນສາຍພັນທີ່ຈະຕ້ອງໄດ້ເຝົ້າລະວັງ ແລະ.
ຈະຕິດເຊື້ອໄດ້ງ່າຍຄືສາຍພັນເດວຕ້າ.
ສາຍພັນເດວຕ້າໃຫມ່ ຕິດໄດ້ງ່າຍກວ່າເກົ່າ.
ສາຍພັນເດວຕ້າໃຫມ່ ທົນຕໍ່ວັກຊິນເພີ່ມຂື້ນ.
ສາຍພັນເດວຕ້າໃຫມ່ ຊອດລົງປອດໃນຮ່າງກ່າຍໄວກວ່າເກົ່າ