ດ່ວນ! ນາຍົກໄທສັ່ງປິດຮັບນັກທ່ອງທ່ຽວນັບແຕ່ມື້ນີ້ເປັນຕົ້ນໄປ

ທ່ານນາຍົກ ປຣະຢຸດ ຈັນໂອຊາ ຂອງໄທ ສັ່ງປິດຮັບນັກທ່ອງທ່ຽວທັງໝົດຕັ້ງແຕ່ມື້ນີ້ເປັນຕົ້ນໄປ

ເວລາ 14:30 ນາທີ ທີ່ທຳນຽບລັດຖະບານ ພົນເອກປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງກະໂຫມ ຂອງໄທ ເປີດເຜີຍພາຍຫຼັງເປັນປະທານການປະຊຸມ ສຄບ.ວ່າ ທີ່ປະຊຸມສັ່ງປິດຮັບນັກທ່ອງທ່ຽວລາຍໃໝ່ເຂົ້າປະເທດຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ທັງນີ້ ນັກທ່ອງທ່ຽວທີ່ກຽມເດີນທາງເຂົ້າ ປະມານ 200,000 ຄົນ ເຂົ້າມາແລ້ວປະມານ 100,000 ກວ່າຄົນ ເຫລືອຄ້າງອີກປະມານ 90,000 ກວ່າຄົນ ສາມາດເຂົ້າມາໄດ້ເພາະເຊື້ອຫມັ້ນໃນມາດຕະການດູແລ ແຕ່ຄົນທີ່ຈະເຂົ້າໃຫມ່ ຂໍໃຫ້ປິດທັງຫມົດ.

ໂດຍນັກທ່ອງທ່ຽວ ທີ່ເຂົ້າມາແລ້ວໄດ້ສັ່ງກຳຊັບມາດຕະການເຂັມງວດ ຕາມມາດຕະການ ການແຜ່ລະບາດທີ່ ສາທາລະນະສຸກບັງຄັບໃຊ້ ຢືນຢັນ ໂອໄມຄຣອນ ລະບາດໄວ ແຕ່ບໍ່ຮຸນແຮງ ພຽງແຕ່ເຮົາຕ້ອງບໍ່ປະມາດ.

ສ່ວນການຈັດງານປີໃຫມ່ຍັງຕ້ອງຈັດໄດ້ເຫມືອນເດີມແຕ່ຕ້ອງເປັນໄປຕາມມາດຕະການຂອງກະຊວງສາທາລະນະສຸກ.

ຂໍ້ມູນຈາກ:PostToday

Related Posts

Leave a Reply

Your email address will not be published. Required fields are marked *