ເຖິງເວລາແລ້ວທີ່ຕ້ອງເປີດປະຕູຕ້ອນຮັບຮັບນັກທ່ອງທ່ຽວກັບມາຢ້ຽມຢາມພັກແຮມຢູ່ປະເທດເຮົາ ຫຼັງທຸກຄົນໄດ້ພັກມາຍາວນານນັບແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ຮອດເວລານີ້ຈິ່ງບໍ່ຄວນປິດປະເທດອີກຕໍ່ໄປ ການເປີດຮັບເອົາບັນດາແຂກນັກທ່ອງທ່ຽວເຂົ້າມາຈັບຈ່າຍຊື້ຂາຍຈະຊ່ວຍຟື້ນຟູເສດຖະກິດໃຫ້ມີບັນຍາກາດໃໝ່ ໂດຍ ສປປ ລາວປະກາດມື້ນີ້ຈະຕ້ອນຮັບນັກທ່ອງທ່ຽວຈາກ 17 ປະເທດໃນທົ່ວໂລກມາພັກຜ່ອນທ່ຽວຊົມບ້ານເຮົາໄດ້ໄລຍະ1 ເລີ່ມມີຜົນໃນວັນທີ 1 ມັງກອນ 2022 ເປັນຕົ້ນໄປ.
ເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1 ທີ່ເລີ່ມ 1 ມັງກອນ 2022 ນີ້ເປັນຕົ້ນໄປກຳນົດ 17 ປະເທດສາມາດເຂົ້າມາໄດ້ ໂດຍມີ 3 ເຂດທ່ອງທ່ຽວຄື: ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ເມືອງຕ່າງໆ ຂອງເເຂວງ ຫຼວງພະບາງ ແລະ ເມືອງ ວັງວຽງ ແຂວງ ວຽງຈັນ.
ຕາມການຖະແຫຼງຂ່າວຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກະຊວງ ສາທາລະນະສຸກ ທີ່ຈັດຂຶ້ນໃນວັນທີ 17 ທັນວາ 2021ນີ້ ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ກ່າວວ່າ: ລັດຖະບານໄດ້ຕົກລົງໃຫ້ເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດມາພັກຜ່ອນໃນເຂດທ່ອງທ່ຽວສີຂຽວ ໂດຍມອບໃຫ້ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເປັນໃຈກາງປະສານງານກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າ ແລະ ສ້າງເງື່ອນໄຂຄວາມພ້ອມດ້ານຕ່າງໆໃນການເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນ ເຂດທ່ອງທ່ຽວສີຂຽວ.
ໃນການຈັດຕັ້ງປະຕິບັດແຜນເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວແມ່ນບໍ່ສາມາດເປີດພ້ອມກັນໄດ້ໃນທົ່ວປະເທດ, ຈະໄດ້ດໍາເນີນໄປເປັນເທື່ອລະບາດກ້າວດ້ວຍຄວາມລະມັດລະວັງມີຄວາມຮັບຜິດຊອບສູງມີການຕິດຕາມ, ກວດກາ ແລະ ປະເມີນຜົນໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ຮັບປະກັນຄວາມປະທັບໃຈ ແລະ ປອດໄພຂອງນັກທ່ອງທ່ຽວ ແລະ ຜູ້ບໍລິການໂດຍປະຕິບັດມາດຕະການຄວບຄຸມການລະບາດຂອງພະຍາດໂຄວິດ-19ຢ່າງຮັດກຸມ.
ລາຍລະອຽດແຜນການເປີດການຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ມີດັ່ງນີ້: ກຳນົດໄລຍະການເປີດຕ້ອນຮັບນັກທ່ອງທ່ຽວ ໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1: ເລີ່ມແຕ່ວັນທີ 01 ມັງກອນ ຫາວັນທີ 30 ມີນາ 2022; ໄລຍະທີ 2 ເລີ່ມແຕ່ວັນທີ 01 ເມສາ ຫາວັນທີ 30 ມິຖຸນາ 2022 ແລະ ໄລຍະທີ 3 ເລີ່ມແຕ່ວັນທີ 01 ກໍລະກົດ 2022 ເປັນຕົ້ນໄປ.
ສຳລັບກຸ່ມນັກທ່ອງທ່ຽວເປົ້າໝາຍທີ່ເຂົ້າມາທ່ອງທ່ຽວ ເຂດທ່ອງທ່ຽວສີຂຽວ ສປປ ລາວ ໄລຍະທີ 1 ລວມ ມີ 17 ປະເທດ ຄື: ສປ ຈີນ, ສ.ສ ຫວຽດນາມ, ກຳປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ສ. ເກົາຫຼີ, ຍີ່ປຸ່ນ, ຝຣັ່ງ, ອັງກິດ, ເຢຍລະມັນ, ໂຮນລັງ, ສະເປນ,ອີຕາລີ, ອາເມລິກາ, ການາດາ ແລະ ອົດສະຕາລີ.
ແຕ່ໃນນັ້ນ ເງື່ອນໄຂຂອງນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວຕ້ອງປະຕິບັດຕາມເງື່ອນໄຂ 4 ຂໍ້ນີ້:
1. ຕ້ອງແມ່ນນັກທ່ອງທ່ຽວທີ່ມາເປັນໝູ່ຄະນະ, ຜ່ານການບໍລິການ ຂອງບໍລິສັດທ່ອງທ່ຽວຕາມລາຍການທີ່ໄດ້ກຳນົດໃນຂອບເຂດທ່ອງທ່ຽວສີຂຽວ. ຫ້າມບໍ່ໃຫ້ນຳເຂົ້ານັກທ່ອງທ່ຽວແບບກະແຈກກະຈາຍໂດຍບໍ່ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ;
2. ນັກທ່ອງທ່ຽວທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສຫຼາຍກວ່າ 14 ວັນຂຶ້ນໄປ, ມີປະກັນໄພຊີວິດ, ມີຢັ້ງຢືນການກວດຫາເຊື້ອດ້ວຍລະບົບ RT- PCR ທີ່ມີຜົນເປັນລົບ (ບໍ່ມີເຊື້ອ) ບໍ່ເກີນ 72 ຊົ່ວໂມງກ່ອນວັນເດີນທາງ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ຮັບກວດຫາເຊື້ອໂຄວິດ-19 ຢູ່ ຕາມດ່ານສາກົນເຂົ້າ-ອອກ ແລະ ຈຳກັດບໍລິເວນ 01 ວັນ ຫຼື 24ຊົ່ວໂມງ ເພື່ອລໍຖ້າຜົນກວດ, ເມື່ອຜົນກວດເປັນລົບ ສາມາດເດີນທາງທ່ອງທ່ຽວຕາມລາຍການໄດ້;
3. ກ່ອນເດີນທາງມາເຖິງ ສປປ ລາວ ນັກທ່ອງທ່ຽວຕ້ອງດາວໂຫຼດແອບ LaoStaySafe ເພື່ອລົງທະບຽນ ແລະ ແຈ້ງຂໍ້ມູນການສັກວັກຊີນຄົບໂດສ ແລະ ການກວດກາໂຄວິດກ່ອນ 72 ຊົ່ວໂມງ ເຂົ້າມາທ່ອງທ່ຽວສປປ ລາວ;
4. ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບ ທີ່ມີວົງເງິນຄໍ້າປະກັນຢ່າງຕໍ່າ 50.000 ໂດລາ.