ຝາກເປັນອຸທານຫອນ..!! ອາກາດໜາວດັງໄຟໄວໃນເຮືອນ ລູກຂາດອາກາດຫາຍໃຈ ເກືອບເສຍຊີວິດຍ້ອນ
ຈາກຜູ້ໃຊ້ເຟສບຸກຊື່ Dej Ntxhee Yaaj ໄດ້ໂພສວ່າ: 15/12/2021 ຂໍເປັນອຸທານຫອນໃຫ້ບັນດາແມ່ໆທຸກຄົນເດີ້ເລື່ອງມີຢູ່ວ່າດຽວນີ້ຢູ່ທາງພາກເໜືອຂອງເຮົາແມ່ນກ້າວເຂົ້າສູ່ລະດູໜາວແລ້ວ

ຂ້ອຍໄດ້ດັງຖ່ານໄຟເປັນເປົາສີແດງແບບນີ້ເລີຍດັງໃສ່ໃນເຮືອນຫຼັງຈາກນັ້ນລູກຂ້ອຍກໍເລີ່ມມີອາການເຈັບຫົວປະມານ 30 ນາທີ ກໍໝົດສະຕິໄປທັງໝົດ 3 ຄົນເລີຍ

ໄອກ່ຳດຳ ແລະ ກໍຢຸດຫາຍໃຈເລີຍດີທີທ່ານໝໍຊ່ວຍທັນ ແລະ ທ່ານໝໍຍັງບອກຕື່ມວ່າຖ້າມາຊ້າກວ່ານີ້ 2-3 ນາທີ ກໍອາດຈະເສຍຊີວິດໄດ້ ອີກຂໍເປັນບົດຮຽນທີລ້ຳຄ່າ ແລະ ຂໍໃຫ້ຄອບຄົວອື່ນໆ

ບໍຕ້ອງໄດ້ເຈີເຫດການເໝືອນຄອບຄົວພວກຂ້າພະເຈົ້າອີກຂໍຂອບໃຈຫຼາຍມາຍັງທ່ານໝໍທຸກຄົນໂຮງໝໍ ແຂວງຊຽງຂວາງ ທີໄດ້ຊວ່ຍເຫຼືອຄອບຄົວຂ້າພະເຈົ້າໃນຄັ້ງນີ້ຈະບໍມີວັນລືມບຸນຄຸນ

ທີ່ມາ
