! ປີ 2021 ເຈົ້າໜ້າທີ່ ປກສ ແກ້ໄຂຄະດີໄດ້ 5.066 ເລື່ອງ

! ປີ 2021 ເຈົ້າໜ້າທີ່ ປກສ ແກ້ໄຂຄະດີໄດ້ 5.066 ເລື່ອງ

ໃນວັນທີ 16 ທັນວາ 2021ນີ້, ກະຊວງ ປກສ ໄດ້ຈັດກອງປະຊຸມປະຈຳປີ, ໃນປີ 2021 ມີຄະດີອາຍາເກີດຂຶ້ນ 6.554 ເລື່ອງ. ແກ້ໄຂໄດ້ 5.066 ເລື່ອງ, ພົ້ນເດັ່ນ ແມ່ນຄະດີຢາເສບຕິດ.

ໃນໄລຍະ 1 ປີຜ່ານມາ, ມີຄະດີອາຍາເກີດຂຶ້ນທົ່ວປະເທດ 6.554 ເລື່ອງ, ແກ້ໄຂໄດ້ 5.066 ເລື່ອງ, ກັກຕົວຜູ້ຖຶກຫາ 7.666 ຄົນ. ທຽບໃສ່ປີຜ່ານມາເພີ່ມຂຶ້ນ 345 ເລື່ອງ, ຄະດີທົ່ວໄປມີ 2.541 ເລື່ອງ, ແກ້ໄຂໄດ້ 1.639 ເລື່ອງ ແລະ ຄະດີຄ້າມະນຸດ 33 ເລື່ອງ, ແກ້ໄຂໄດ້ 20 ເລື່ອງ.

ຈາກຄະດີທີ່ເກີດຂຶ້ນ ເດັ່ນກ່ວາໝູ່ແມ່ນຄະດີຢາເສບຕິດ ສາມາດແກ້ໄຂໄດ້ 3.407 ເລື່ອງ, ຄະດີເສດຖະກິດ 351 ເລື່ອງ ແລະ ລັກຊັບພົນລະເມືອງ 1.409 ເລື່ອງ.

ຂໍ້ມູນ: ປກສ

Related Posts

Leave a Reply

Your email address will not be published. Required fields are marked *