ແຊໄວ້ເລີຍ! ໝາກສົ້ມພໍດີ ມີສັບພະຄຸນຫຼາຍກວ່າທີ່ເຮົາຄິດມີຫຍັງແດ່? ມາເບິ່ງນຳກັນ

ສະບາຍດີພີ່ນ້ອງ ແລະ ຫມູ່ຄູ່ທີ່ຮັກແພງມື້ນີ້ເຮົາມີຄວາມຮູ້ ແລະ ສາລະດີໆກ່າວກັບຄຸນປະໂຫຍດຂອງຜັກພື້ນບ້ານທີ່ເຮົາເຄີຍເອົາມາປຸງແຕ່ງອາຫານເປັນປະຈຳວັນທີ່ມີລົດຊາດສົ້ມແຊບຊ້ອຍຕິດອົກຕີດໄຈກ່ງວກັບປະເພດແກງສົ້ມຕ່າງໆ.
ຕົ້ນຜັກສົ້ມເຊົ້າ ຫລື ຕົ້ນກະຈຽບເປັນພຶດລົ້ມລຸກສຸງເຖີງ 3-4 ແມັດ ພຶດສະນິດນີ້ຈະເກິດຕາມບ້ານເຮືອນເຮົາ ແລະ ຕາມທ້ອງໄຮ່ທ້ອງນາຕາມປ່າດົງໂດຍມີຄຸນປະໂຫຍດທາງການຢາລູ່ມນີ້:

1. ນໍ້າກະຈຽບມີລົດສົ້ມໃຊ້ເປັນຢາລົດໃຂມັນໄນເສັ້ນເລືອດໂລກເບົາຫວານ ແລະ ລົດນໍ້າຫນັກຊ່ວຍຂະຫຍາຍຫລອດເລືອດໃຫ່ຍໃຫລສູ່ຫົວໃຈໃດ້ຕາມປົກກະຕິ
2. ແກ່ນໃຊ້ເປັນຢາບຳລຸງທາດ ຫລືບຳລຸງກຳລັງ
3. ຊ່ວຍແກ້ອາການອ່ອນເພຍຂອງຮ່າງກາຍຈາກອາການເຈັບຕົນໂຕປວດຂໍ້ແຂນຂໍ້ຂາຕ່າງໆ
4. ຊ່ວຍຮັກສາໂລກເບົາຫວານ ແລະ ນໍ້າຕານໃນເມັດເລືອດ
5. ຊ່ວຍລົດຄວາມດັນໃນເສັ້ນເລືອດ ແລະ ໃຂມັນຫູ້ມເສັ້ນເລືອດ
6. ແກ່ນຊ່ວຍນຳລຸງເລືອດ.

7. ນໍ້າຊ່ວຍປ້ອງກັນເສັ້ນເລືອດຕິບຕັນ ແລະ ຊ່ວຍຮັກສາໃຫ້ເສັ້ນເລືອດໃຫ້ແຂງແຮງ
8. ນໍ້າກະຈຽບຊ່ວຍເຮັດໃຫ້ຄວາມຫນງວຂຸ້ນຂອງເມັດເລືອດລົດລົງ
9. ນໍ້າຂອງດອກກະຈຽບແດງຊ່ວຍໃຫ້ຮັກສາເລືອດແຂງ ຫລືເລືອດກ້າມຂອງລະບົບຫມູນວຽນ
10. ໃນປະເທດອີຢິບສະໃຫມບູຮານເພີ່ນໃຊ້ຕົ້ນກະຈຽບແດງມາຕົ້ມກີນເປັນຢາຮັກສາໂລກຫົວໃຈ ແລະ ໂລກປະສາດ
11. ກະຈຽບແດງແມ່ນຊ່ວຍແກ້ຄໍແຫ້ງ ແລະ ອາການຂາດນໍ້າຂອງຮ່າງກາຍ
12. ນໍ້າກະຈຽບຊ່ວຍແກ້ອາການຮ້ອນໃນກະເພາະອາຫານ ແລະ ຮ່າງກາຍ.

13. ນໍ້າກະຈຽບຊ່ວຍລົດອຸນນະພູມໃນຮ່າງກາຍ
14.ນໍ້າກະຈຽບຊ່ວຍເສິມສ້າງພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງຊ່ວຍປ້ອງກັນໂລກຫວັດຕ່າງໆ ແລະ ໂລກພູມແພ້
15. ຊ່ວຍລົດໄຂ້
16. ດອກກະຈຽບແດງຊ່ວຍລົດອາການໄອ
17.ໃບໃຊ້ເປັນຢາຊ່ວຍກຳຈັດຂີ້ມຸກນໍ້າລາຍທີ່ຢູ່ໃນຊ່ອງທາງຫາຍໃຈໃຫ້ລົງສູ່ລະບົບຂັບຖ່າຍ
18. ນໍ້າກະຈຽບແດງຊ່ວຍລົດອາການເລືອດອອກຕາມຊ່ອງແຂ້ວເພາະວ່າມັນມີວິຕາມີນສຸງພໍສົມຄວນ

19. ຊ່ວຍຍ່ອຍອາຫານໃຊ້ເປັນຢາລະບາຍຊ່ວຍຫລໍ່ລື່ນລໍາໃສ້ຊ່ວຍຂັບຖ່າສະດວກ ແລະ ຂັບລ້າງສານພິດອອກຈາກຮ່າງກາຍ ບໍາລຸງຕັບ
20. ຊ່ວຍຮັກສາໂລກກະເພາະ ແລະ ລຳໃສ້ອັບເສບໂດຍໃຊ້ໃບແຫ້ງນຳມາບົດເຮັດເປັນຊາແລ້ວດື່ມເປັນປະຈຳວັນ
21.ນໍ້າກະຈຽບຊ່ວຍປ້ອງກັນໂລກຕ່ອມລຸກຫມາກອັບເສບ
22. ຊ່ວຍໃຫ້ການຫລັ່ງຂອງນໍ້າບີຈາກຕັບ ແລະ ຊ່ວຍບໍ່ໃຫ້ຕັບຖຶກທຳລາຍ
23. ນໍ້າກະຈຽບຊ່ວຍຮັກສາໂລກໄຕພິການ
24. ແກ່ນຊ່ວຍຮັກສາບີພິການ

25. ນໍ້າກະຈຽບແດງມີລິດຕ້ານພິດຕໍ່ຕັບ ແລະ ຊ່ວຍປ້ອງກັນສານພິດຕ່າງໆ
26. ໃບໃຊ້ຕຳໃຊ້ເປັນຢາປົວບາດແຜ – ຝີຫນອງໂລກຜິວຫນັງຕ່າງໆ ແລະ ອາການບວມຊໍ້າ
27. ນໍ້າກະຈຽບຍັງມີສານແອນໂທໄຊຍາມີ່ນ ແລະ ສານໂຟລີຟີນນໍທີ່ມີລິດຕໍ່ຕ້ານອານຸມູນອິດສະຫລະຊ່ວຍປ້ອງກັນໂລກມະເລັງຊ່ວຍສະລໍໂລກສະລາຫລືຄວາມຫ້ງວຍານຂອງຜິວຫນັງ ກະດຸກ ແລະ ເສັ້ນຜົມຊ່ວຍໃຫ້ຮ່າງກາຍສົດຊື່ນ ນອກນີ້ລຳຕົ້ນຂອງມັນເພີ່ນຍັງນຳມາເປັນເຊືອກປໍອິກດ້ວຍ

# ສີ່ງທີ່ກ່າວມາຂ້າງເທີນນັ້ນແມ່ນເວົ້າເຖີງຄຸນສົມບັດຂອງພຶດ ຖ້າຫາກທ່ານໃດມີພະຍາດປະຈຳໂຕທີ່ຮັກສາບໍ່ໃດ້ຫລືບໍ່ຫາຍຂາດທາງເຮົາແມ່ນມີແພດຫມໍຢາພື້ນເມືອງໃຫ້ຄວາມປຶກສາຫລືປີ່ນປົວຂໍຂອບໃຈ

Related Posts

Leave a Reply

Your email address will not be published. Required fields are marked *