ລາດຊະອານາຈັກໄທ ພາຍຫຼັງຮັບມອບຂະບວນລົດໄຟຈັກກາຊວນ-KIHA 183 ຈາກ JR HOKKAIDO, ທີ່ຊ່ວຍເຫຼືອຈາກ ປະເທດຍີ່ປຸ່ນ ແລະ ປັບປ່ຽນລວດລາຍສີສັນ ພ້ອມທັງປັບປຸງໃຫ້ນໍາໃຊ້ກັບຂະໜາດຂອງລາງທີ່ມີຢູ່ແລ້ວ, ເບື້ອງຕົ້ນຈະນຳໃຊ້ 4 ເສັ້ນທາງຕົ້ນຕໍດັ່ງນີ້:

1. ອຸດອນທານີ-ໜອງຄາຍ-ວຽງຈັນ ເພື່ອຮອງຮັບນັກທ່ອງທ່ຽວຈາກການບໍລິການຂອງເສັ້ນທາງລົດໄຟ ລາວ-ຈີນ ແລະ ປະຊາຊົນທີ່ເດີນທາງລະຫວ່າງໄທ ແລະ ສປປ ລາວ.

2. ນະຄອນລາດຊະສີມາ-ຂອນແກ່ນ ເພື່ອຮອງຮັບການບໍລິການໃນເສັ້ນທາງຂອນແກ່ນໃຫ້ມີທ່າແຮງໃນການເດີນທາງລະຫວ່າງນະຄອນຣາຊສີມາ-ຂອນແກ່ນ ເຊິ່ງເປັນເມືອງໃຫຍ່.

3. ບາງກອກ-ຫົວຫີນ.
4. ຂະບວນລົດທ່ອງທ່ຽວຢູ່ພາກກາງ ແລະ ແຂວງໃກ້ຄຽງເຊັ່ນ: ອະຍຸດທະຍາ, ລົບບູລີ, ສະລະບູລີ, ເຂື່ອນປ່າສັກ, ປາກຊ່ອງ, ນະຄອນປະຖົມ.

ລໍຖ້າອີກບໍ່ດົນ ລະບົບລາງສອງປະເທດ ກໍ່ຈະເຊື່ອມຕໍ່ກັນແລ້ວ ເຮັດໃຫ້ປະຊາຊົນທັງສອງປະເທດ ໄປມາສະດວກສະບາຍຂຶ້ນ ກວ່າແຕ່ກ່ອນແນ່ນອນ.
