ກ່ອນອຶ່ນໝົດພວກເຮົາຕ້ອງເຂົ້າໃຈກ່ອນວ່າ ການເຮັດສັນຍາດ້ວຍຄວາມສະໝັກໃຈ ຕາມກົດໝາຍແມ່ນຫຍັງ.ອິງຕາມ ມາດຕາ 19 ຂອງປະມວນກົດໝາຍແພ່ງ “ການເຮັດສັນຍາດ້ວຍຄວາມສະໝັກໃຈ ແມ່ນການເຮັດສັນຍາດ້ວຍຄວາມພໍໃຈຂອງຜູ້ເຮັດສັນຍາ ໂດຍປາສະຈາກ ການຫຼົງຜິດ, ການຕົວະຍົວະຫຼອກລວງ, ການບັງຄັບນາບຂູ່ ຫຼື ໃຊ້ຄວາມຮຸ່ນແຮງ ຫຼື ຄວາມອັບປະໂຫຍດຂອງຝ່າຍໃດຝ່າຍໜຶ່ງ”.ຊຶ່ງໃນນັ້ນ

1) ການຫຼົງຜິດ ແມ່ນການເຮັດສັນຍາ ໂດຍບໍ່ສອດຄ່ອງກັບເຈດຈຳນົ່ງທີ່ແທ້ຈິງ ຂອງຜູ້ເຮັດສັນຍາ.2) ການຕົວະຍົວະຫຼອກລວງ ແມ່ນ ການທີ່ບຸກຄົນໜຶ່ງ ໃຊ້ກົນອຸບາຍໃດໜຶ່ງ ຫຼື ວິທີການອຶ່ນ ພາໃຫ້ອີກບຸກຄົນໜຶ່ງຫຼົງເຊື່ອເຮັດສັນຍານໍາ.3) ການບັງຄັບນາບຂູ່ ຫຼື ການໃຊ້ຄວາມຮຸ່ນແຮງ ແມ່ນ ການທີ່ບຸກຄົນໜຶ່ງ ໃຊ້ກຳລັງ, ຂົ່ມຂູ່ ຫຼື ກະທຳໃດໜຶ່ງ ຊຶ່ງເຮັດໃຫ້ຍ້ານກົວຕໍ່ອັນຕະລາຍທີ່ຈະເກີດຂື້ນ ເພື່ອໃຫ້ຍອມເຮັດສັນຍານໍາ.4) ຄວາມອັບປະໂຫຍດຂອງຝ່າຍໃດໜຶ່ງ ແມ່ນ ຜົນປະໂຫຍດທີ່ເກີດຈາກການເຮັດສັນຍານັ້ນ ບໍ່ເປັນທຳ.

ຕໍ່ກັບກໍລະນີການຊື້ກ່ອງສຸ່ມນັ້ນເຮົາຕ້ອງໄດ້ເບິ່ງວ່າ ການເຮັດສັນຍາ ຫຼື ການຊື້ຂາຍກ່ອງສຸ່ມນັ້ນເປັນທຳແລ້ວບໍ່ ມີການເອົາລັດເອົາປຽບຜູ້ຊື້ຫຼາຍປານໃດ. ແລະ ການຂາຍກ່ອງສຸ່ມນັ້ນໄດ້ໃຊ້ກົນອຸບາຍໃດໜຶ່ງ ຫຼື ວິທີການອຶ່ນ ພາໃຫ້ອີກບຸກຄົນໜຶ່ງຫຼົງເຊື່ອ ຫຼື ບໍ່?1) ຖ້າຫາກມີການໃຊ້ກົນອຸບາຍໃດໜຶ່ງ ຫຼື ວິທີການອຶ່ນ ພາໃຫ້ອີກບຸກຄົນໜຶ່ງຫຼົງເຊື່ອ ເຊັ່ນ ການຄັດເລື່ອງກ່ອງດ້ວຍຄວາມບໍ່ປ່ວງໃສ ຕົວຢ່າງ ກໍລະນີ້ຜູ້ຂາຍກ່ອງສຸ່ມໄດ້ໂຄສະນາວ່າໃນກ່ອງສຸ່ມໃດຫນຶ່ງມີວັດຖຸລາຄາແພງ ເຊັ່ນ ໂທລະສັບໄອໂຟນ, ທອງຄໍາ ຫຼື ອຶ່ນໆເພື່ອດຶ່ງດູດຄົນມາຊື້ກ່ອງສຸ່ມນັ້ນ.

ແຕ່ຫາກເປັນພຽງກົນອຸບາຍເພື່ອໃຫ້ຄົນມາຊື້ ແຕ່ພາກປະຕິບັດອາດບໍ່ມີ ຫລື ອາດມີ ແຕ່ການເລືອກແມ່ນເລືອກກ່ອງທີ່ມີວັດຖຸລາຄາແພງນັ້ນສົ່ງໃຫ້ຄົນທີ່ຮູ້ຈັກແລ້ວກໍໂຄສະນາເພື່ອຕົວະຄົນອຶ່ນ ກໍລະນີນີ້ການຊື້ກ່ອງສຸ່ມນັ້ນຈະບໍ່ຖືເປັນການຊື້ ຫຼື ເຮັດສັນຍາດ້ວຍຄວາມສະໝັກໃຈ. ຍິ່ງໄປກວ່ານັ້ນການຂາຍດ້ວຍວິທີນີ້ອາດເປັນການກະທຳຜິດທາງອາຍາໃນຂໍ້ຫາສໍ້ໂກງຊັບພົນລະເມືອງ.

2) ຫຼື ຖ້າຫາກການຊື້-ຂາຍກ່ອງສຸ່ມນັ້ນ ຫາກ ບໍ່ເປັນທຳ ຫຼື ມີລັກສະນະເອົາລັດເອົາປຽບຜູ້ຊື້ ກໍຈະຖືວ່າການຊື້ ຫຼື ເຮັດສັນຍານັ້ນບໍ່ແມ່ນການເຮັດດ້ວຍຄວາມສະໝັກໃຈໂດຍປາຣິຍາຍ.ຂຽນໂດຍ,GLH Admin.
ຂອບໃຈແຫລ່ງທີ່ມາ: Grandeur Law House – ທີມງານກົດໝາຍເພື່ອປະຊາຊົນ