ປະກາດຮັບສະໝັກຮຽນຟີແຮງງານລາວທີ່ມາແຕ່ເຮັດວຽກຢູ່ປະເທດໄທຖືກແລະກະທົບຈາກພະຍາດໂຄວິດ-19ເພື່ອສຳພາດເຂົ້າຮຽນ(ຟີຣ ພ້ອມເບ້ຍລ້ຽງ) ຫລັກສູດ 3 ເດືອນໃນ 6 ສາຂາວິຊາຊີບດັ່ງນີ້:

1: ສາຂາ ຊ່າງ ຈອດໂລຫະ
2: ສາຂາ ຊ່າງ ໄຟຟ້າ-ເອເລັກໂຕຼນິກ
3: ສາຂາ ຊ່າງ ສ້ອມແປງລົດຈັກ.
4: ສາຂາ ຊ່າງ ສ້ອມແປງຄອມພີວເຕີ
5: ສາຂາ ຊ່າງ ກໍ່ໂບກ
6: ສາຂາ ຊ່າງ ໄມ້ເຟີນີເຈີ້.

ເງື່ອນໄຂຜູ້ສະຫມັກ:
– ອາຍຸ 18-35ປີ(ບໍ່ຈຳກັດເພດ)
– ເປັນແຮງງານລາວທີ່ມາແຕ່ເຮັດວຽກຢູ່ໄທເທົ່ານັ້ນ
– ເປັນບຸກຄົນທີ່ສົນໃຈແລະມັກຮຽກໃນອາຊີບດັ່ງກ່າວ

ຖ້າສົນໃຈກະລຸນາຂຽນຊື່ແລະນາມສະກຸນ,ບ້ານ, ເມືອງ, ແຂວງ(ແຂວງສາລະວັນແລະແຂວງຈຳປາສັກ) ໄວ້ກ້ອງໂພດນີ້ ແລ້ວເຮົາຈະຕິດຕໍ່ຫາ
ສຸດທ້າຍຊ່ວຍກົດໄລກົດແຊຣໃຫ້ດ້ວຍເພື່ອໃຫ້ເຂົາເຈົ້າຮັບຮູ້ຢ່າງທົ່ວເຖິງຂອບໃຈຢ່າງສູງ

ແຫລ່ງທີ່ມາ: ສູນພັດທະນາສີມືແຮງງານ ແຂວງ ຈຳປາສັກ ຈຳປາສັກ..
