ຄະນະສະເພາະກິດຮຽກຮ້ອງໃຫ້ທຸກຄົນໃນສັງຄົມດຳລົງຊີວິດແບບ New normal

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດ ວັນທີ 13 ທັນວານີ້ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ສປປ ລາວ .

ຍັງຄົງໜ້າເປັນຫ່ວງ, ພວກເຮົາ ໄດ້ພ້ອມກັນຮັບມືສະກັດກັ້ນການລະບາດດັ່ງກ່າວ ແລະ ໃນຂະນະດຽວກັນ ກໍ່ຕ້ອງໄດ້ກະກຽມ ເພື່ອຈະກັບເຂົ້າສູ່ໄລຍະຟື້ນຟູເສດຖະກິດ ແລະ ການດໍາລົງຊີວິດປົກກະຕິ ແບບໃໝ່ທີ່ປອດໄພ.

ຂໍແຈ້ງໃຫ້ທ່ານຊາບຄືນກ່ຽວກັບ ຄໍາວ່າ “ການດໍາລົງຊີວິດປົກກະຕິແບບໃໝ່ ຫຼື new normal” ມີຄວາມໝາຍແນວໃດ ແລະ ຕ້ອງເຮັດແນວໃດ? ຂໍແຈ້ງໃຫ້ບັນດາທ່ານຊາບວ່າບັນດາ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດວາງອອກ ທັງໝົດນັ້ນ ແມ່ນການຈັດຕັ້ງປະຕິບັດ ການດໍາລົງຊິວິດປົກກະຕິແບບໃໝ່.

ເຊັ່ນ: ບໍ່ອອກຈາກເຮືອນຖ້າບໍ່ຈໍາເປັນ, ເຮັດວຽກທາງໄກ, ບໍ່ເດີນທາງໄປບ່ອນທີ່ສ່ຽງ, ບໍ່ໄປສະຖານທີ່ແອອັດ, ເປີດປ່ອງຢ້ຽມ ຫຼື ປະຕູໃຫ້ມີອາກາດຖ່າຍເທ, ບໍ່ໃຫ້ຊຸມແຊວເປັນກຸ່ມ, ຮັກສາມາລະຍາດໃນການໄອ-ຈາມ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ບັນດາຮ້ານອາຫານ ຮ້ານຂາຍເຄື່ອງ ກໍ່ຕ້ອງໄດ້ຮັກສາໄລຍະຫ່າງ.

ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ແລະ ຮ່ວມແຮງຮ່ວມໃຈ ສາມັກຄີເປັນປຶກແຜ່ນອັນດຽວກັນ ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ.

ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ. ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນການຕິດເຊື້ອນັ້ນ ກໍ່ຄືການໄດ້ຮັບວັກຊີນ ເພື່ອສ້າງພູມຄຸມໃຫ້ແກ່ຕົວທ່ານເອງ ກໍ່ຄືພູມຄຸ້ມກັນໝູ່, ສາມາດຊ່ວຍຫຼຸດຜ່ອນຄວາມຮຸນແຮງຂອງການເຈັບເປັນ ແລະ ການເສຍຊີວິດໄດ້.

Related Posts

Leave a Reply

Your email address will not be published. Required fields are marked *